48    ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ

ຮຽບຮຽງໂດຍ:ວັນໄຊ ຕະວິນຍານ                                                                                                  
ການເຕີບໃຫຍ່ຂອງຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ລັດຖະບານໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການຮໍາບາດແຜຈາກສົງຄາມ, ພັດທະນາເສດຖະກິດ-ສັງຄົມ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ສ້າງພື້ນຖານ ແລະ ພັດທະນາເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.ສໍາຄັນທີ່ສຸດແມ່ນສາມາດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ໂດຍນໍາໃຊ້ແຜນການເປັນເຄື່ອງມືໃນການຈັດຕັ້ງຜັນຂະຫຍາຍ ແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢ່າງເປັນລະບົບ ໂດຍການກຳນົດເປົ້າໝາຍ, ຄາດໝາຍສູ້ຊົນ ແລະ ມາດຕະການ ພ້ອມທັງກຳນົດແຜນງານ ແລະ ໂຄງການລະອຽດ ເພື່ອບັນລຸບັນດາເປົ້າໝາຍ ແລະ ຄາດໝາຍຂອງການພັດທະນາໃນແຕ່ລະໄລຍະ. ລະບົບການວາງແຜນໄດ້ແຍກອອກເປັນ 2 ໄລຍະຍຸດທະສາດ ຄື: ໄລຍະກົນໄກແຜນການລວມສູນ (1976-1985) ແລະ ໄລຍະການປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ (1986-ປັດຈຸບັນ).
   ໄລຍະກົນໄກແຜນການລວມສູນ: ໃນໄລຍະ 1976-1977 ລັດຖະບານ ໄດ້ນໍາໃຊ້ແຜນການຕາມກົນໄກລວມສູນ ຊຶ່ງເປັນການວາງແຜນແບບກຳນົດທຸກໂຕເລກຄາດໝາຍເຊັ່ນ: ຄາດໝາຍດ້ານການຜະລິດ, ການດຸ່ນດ່ຽງທຶນ,ສະໜອງວັດຖຸເຕັກນິກ, ກໍານົດລາຄາ, ການບໍລິການ ແລະ ແຈກຢາຍຜົນປະໂຫຍດແບບ ສະເລ່ຍໃຫ້ແກ່ສັງຄົມ ຕາມຫຼັກການລວມສູນ, ເປັນການສ້າງແຜນການປະຈໍາປີ ຄັ້ງທໍາອິດຂອງ ສປປ ລາວ ຊຶ່ງມີເປົ້າໝາຍຕົ້ນຕໍແມ່ນຮໍາບາດແຜສົງຄາມ, ປົກປັກຮັກສາປະເທດຊາດ ແລະ ລະບອບໃໝ່ ໃຫ້ໝັ້ນຄົງ ແລະ ຟື້ນຟູພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ທີ່ຖືກທໍາລາຍມ້າງເພຈາກສົງຄາມ ແນໃສ່ບູລະນະ ແລະ ຟື້ນຟູການຜະລິດກະສິກໍາ, ອຸດສາຫະກໍາ, ສ້າງເງື່ອນໄຂໃຫ້ປະຊາຊົນທຳມາຫາກິນ, ຟື້ນຟູໂຮງຈັກໂຮງງານເພື່ອຮັບໃຊ້ການຜະລິດ ແລະ ຟື້ນຟູລະບົບຄົມມະນາຄົມຂົນສົ່ງ ເພື່ອຮັບປະກັນການຈໍລະຈອນສິນຄ້າ ແລະ ການສັນຈອນໄປມາສະດວກສະບາຍ.ແຜນການ 3 ປີ (1978-1980): ເປັນແຜນຟື້ນຟູເສດຖະກິດສັງຄົມ ຫຼັງສົງຄາມ ແລະ ປົວແປງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ ໂດຍໄດ້ເນັ້ນໜັກ ໃສ່ການພັດທະນາເສດຖະກິດເປັນສຳຄັນ ແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນມີທີ່ຢູ່ອາໄສ ແລະ ມີບ່ອນທຳມາຫາກິນເປັນປົກກະຕິ, ຟື້ນຟູເນື້ອທີ່ການຜະລິດກະສິກຳ, ປົວແປງຄືນບາງຕົວເມືອງ ທີ່ຖືກທຳລາຍໃນປາງສົງຄາມ, ຟື້ນຟູໂຮງງານອຸດສາຫະກໍາທີ່ມີຢູ່ໃຫ້ສາມາດເຄື່ອນໄຫວໄດ້.ຜົນງານທີ່ພົ້ນເດັ່ນ ແມ່ນສາມາດຟື້ນຟູນາເຮື້ອ ແລະ ຊ່າວນາໃໝ່; ບັນດາໂຮງງານປຸງແຕ່ງກະສິກຳ ກໍມີການຂະຫຍາຍຕົວ, ໄດ້ເອົາໃຈໃສ່ສ້ອມແປງ ແລະ ບູລະນະພື້ນຖານໂຄງລ່າງຈຳນວນໜຶ່ງທີ່ຖືກທຳລາຍຈາກສົງຄາມຄືນໃໝ່, ໄດ້ເອົາໃຈໃສ່ເປີດກວ້າງ ແລະ ຂະຫຍາຍຕາໜ່າງການສຶກສາ ໃຫ້ນັບມື້ຂະຫຍາຍຕົວ. ມາຮອດປີ 1980 ສາມາດລຶບລ້າງການກືກໜັງສືຂອງປະຊາຊົນໄດ້ 80%, ວຽກງານສາທາລະນະສຸກ ກໍໄດ້ຮັບການປັບປຸງໃນລະດັບດີສົມຄວນສະແດງອອກ ຄື: ທຸກແຂວງ ແລະເມືອງໄດ້ມີໂຮງໝໍ ແລະໜຶ່ງສ່ວນສາມຂອງຈໍານວນບ້ານທັງໝົດໄດ້ມີຖົງຢາປະຈໍາບ້ານ.
ແຜນການ 5 ປີ ຄັ້ງທີ I (1981-1985): ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍການປະຕິວັດ 3 ປະການ (ການປະຕິວັດການພົວພັນການຜະລິດ,ການປະຕິວັດເຕັກນິກວິທະຍາສາດ ແລະ ການປະຕິວັດວັດທະນະທຳ) ເພື່ອແນໃສ່ການຫັນກະສິກຳປ່າໄມ້ ເປັນພື້ນຖານແກ່ການຂະຫຍາຍອຸດສາຫະກຳ. ໃນໄລຍະນີ້ ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ ໄດ້ເພີ່ມຂຶ້ນຈາກ 7.988 ລ້ານກີບ ໃນປີ 1980 ເປັນ 12.023 ລ້ານກີບ ໃນປີ 1985, ສະເລ່ຍແລ້ວແມ່ນຂະຫຍາຍຕົວເພີ່ມຂຶ້ນປະມານ 8,40% ຕໍ່ປີ ລາຍຮັບສະເລ່ຍຕໍ່ຫົວຄົນກໍໄດ້ເພີ່ມຂຶ້ນ ຈາກ 2.500 ກີບ/ຄົນ/ປີ ໃນປີ1980 ເປັນ 3.400 ກີບ/ຄົນ/ປີ ໃນປີ 1985; ດ້ານການກະສິກໍາ ໄດ້ມີການຂະຫຍາຍຕົວເດັ່ນກວ່າໝູ່ແມ່ນການຜະລິດເຂົ້າ ແລະ ພືດສະບຽງອາຫານ; ດ້ານພື້ນຖານໂຄງລ່າງແມ່ນເລັ່ງໃສ່ການກໍ່ສ້າງພື້ນຖານໂຄງລ່າງສຳລັບກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ; ດ້ານການສຶກສາ ກໍມີການພັດທະນາ ແລະ ຂະຫຍາຍຕົວຢ່າງແຂງແຮງ ສິ່ງທີ່ພົ້ນເດັ່ນ ໃນໄລຍະນີ້ແມ່ນການສຶກສານອກລະບົບ ທີ່ເລັ່ງໃສ່ການລຶບລ້າງການກືກໜັງສືຂອງປະຊາຊົນ.
    ໄລຍະການປະຕິບັດແນວທາງປ່ຽນແປງໃໝ່ດ້ານເສດຖະກິດ (1986-ປັດຈຸບັນ): ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ໄດ້ປະກາດນຳໃຊ້ກົນໄກເສດຖະກິດໃໝ່ ເຂົ້າໃນການພັດທະນາປະເທດ.ສະນັ້ນ ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ປ່ຽນຈາກແຜນການລວມສູນ ມາເປັນແຜນການຕາມກົນໄກເສດຖະກິດຕະຫຼາດ ໂດຍມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ. ການສ້າງແຜນຕາມແນວທາງປ່ຽນແປງໃໝ່ ແມ່ນເປັນແຜນການທີ່ສັງລວມແຜນການ ຈາກຂະແໜງການ ແລະ ທ້ອງຖິ່ນ ເພື່ອກໍານົດຕົວເລກຄາດໝາຍດ້ານມະຫາພາກ ແລະ ຄາດໝາຍດ້ານການຜະລິດທີ່ມີລັກສະນະວິທະຍາສາດ ເຊັ່ນ: ຄາດໝາຍອັດຕາການເຕີບໂຕຂອງເສດຖະກິດ, ອັດຕາເງິນເຟີ້, ຄາດໝາຍດ້ານການເງິນ, ຄາດໝາຍດຸ່ນດ່ຽງການຄ້າ, ດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການສິນຄ້າ ແລະ ການບໍລິການ, ດຸ່ນດ່ຽງທຶນໃນການພັດທະນາ, ຄວາມຕ້ອງການທຶນ ເພື່ອພັດທະນາເຂດແຄ້ວນ, ພັດທະນາເຂດຕົວເມືອງ ແລະ ຊົນນະບົດ.
    ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ II (1986-1990): ແມ່ນແຜນການຂະຫຍາຍການຜະລິດ, ກໍ່ສ້າງໂຄງປະກອບເສດຖະກິດໃໝ່ທີ່ກ້າວໜ້າແນໃສ່ຂະຫຍາຍເສດຖະກິດ-ສັງຄົມໃໝ່ຢ່າງຮອບດ້ານ, ໜັກແໜ້ນ; ສ້າງປະຖົມປັດໄຈອັນຈຳເປັນ ເທື່ອລະກ້າວໃຫ້ແກ່ການຫັນເປັນອຸດສາຫະກໍາສັງຄົມນິຍົມໃນໄລຍະຕໍ່ໄປ ແລະ ໄດ້ກຳນົດ 11 ທິດທາງ ເພື່ອເປັນພື້ນຖານໃຫ້້້້້້ແກ່ການຈັດຕັ້ັງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ. ເຖິງວ່າຈະເປັນໄລຍະທຳອິດຂອງການປະຕິຮູບເສດຖະກິດໃໝ່ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ເສດຖະກິດກໍມີທ່າກ້າວໜ້າ ແລະ ການຂະຫຍາຍຕົວຢູ່ໃນລະດັບ 4,40%, ອັດຕາເງິນເຟີ້ໄດ້ຫຼຸດລົງຈາກ 30,30% ໃນປີ 1985 ມາເປັນ 19,60% ໃນປີ 1990. ໃນໄລຍະນີ້ ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ມີການຂະຫຍາຍຕົວ ເພີ່ມຂຶ້ນສະເລ່ຍ 80% ຕໍ່ປີ, ຕົ້ນຕໍແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ອຸດສາຫະກຳຕັດຫຍິບ, ບໍ່ແຮ່ ແລະ ພະລັງງານ ຊຶ່ງແມ່ນຜົນຈາກການໄຫຼເຂົ້າມາຂອງການລົງທຶນຕ່າງປະເທດ. ຂະແໜງກະສິກຳປ່າໄມ້ກໍມີການຂະຫຍາຍຕົວໃນລະດັບສະເລ່ຍ 3,40%, ເນື້ອທີ່ການຜະລິດກະສິກຳໄດ້ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງເດັ່ນກວ່າໝູ່ແມ່ນການຜະລິດສາລີໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ. ໄລຍະນີ້ໄດ້ມີການປະຕິຮູບການຄ້າ ແລະ ອັດຕາພາສີນຳເຂົ້າ ໄດ້ຫຼຸດລົງ ຈາກ 1-200% ເຫຼືອພຽງ 0-70%ຊຶ່ງເປັນການຊຸກຍູ້ໃຫ້ຂະແໜງການຄ້າມີການຂະຫຍາຍຕົວ ໂດຍສະເພາະການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ເພີ່ມຂຶ້ນ ຈາກ 127 ລ້ານໂດລາ ໃນປີ 1989 ເປັນ 200 ລ້ານໂດລາ ໃນປີ 1990. ຜົນສໍາເລັດດັ່ງກ່າວ ສ່ວນໜຶ່ງແມ່ນຍ້ອນມີການຮັບຮອງ ແລະ ການປະກາດໃຊ້ກົດໝາຍສົ່ງເສີມການລົງທຶນໂດຍກົງກັບຕ່າງປະເທດ ສະບັບທຳອິດຂອງປະເທດ ໃນປີ 1989 ຊຶ່ງເປັນສ່ວນໜຶ່ງຂອງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ